ອິດສະຫຼະຂອງການເຮັດວຽກແບບໃໝ່

ຂັບລົດໃຫ້ບໍລິການ LOCA ເພື່ອຫາລາຍໄດ້ເສີມ ຫຼື ລາຍໄດ້ຫຼັກ
ນຳໃຊ້ລົດທີ່ທ່ານມີໃຫ້ເກີດປະໂຫຍດສູງສຸດ ຂັບຕອນໃດກໍ່ໄດ້ທີ່ຕົນເອງວ່າງ ສາມາດມີລາຍໄດ້ສູງສຸດເຖິງ 10-15ລ້ານກີບຕໍ່ເດືອນ

External image

ສາທິດ ການໃຫ້ບໍລິການຂອງໂລກ້າ

ເປັນຫຍັງຈຶ່ງມາຂັບລົດໃຫ້ LOCA ?

ໂລກ້າ ເປີດໂອກາດໃຫ້ຄົນທີ່ມີລົດເປັນຂອງຕົນເອງ ສາມາດມີອາຊີບອິດສະຫຼະໄດ້
ທ່ານສາມາດຂັບລົດໃຫ້ບໍລິການ LOCA ເພື່ອຫາລາຍໄດ້ເສີມ ຫລື ລາຍໄດ້ຫຼັກກໍ່ໄດ້ ນຳໃຊ້ລົດທີ່ທ່ານມີໃຫ້ເກີດປະໂຫຍດສູງສຸດ ຮັບລາຍໄດ້ສູງສຸດ 10-12ລ້ານກີບຕໍ່ເດືອນ ຂັບຕອນໃດກໍ່ໄດ້ທີ່ຕົນເອງວ່າງ ຂັບຫຼາຍໄດ້ລາຍຮັບຫຼາຍ

ຂັບເພື່ອຫາລາຍໄດ້ເສີມ ຫຼື ລາຍໄດ້ຫຼັກກໍໄດ້

ທ່ານມີລົດຢູ່ແລ້ວບໍ? ຫັນປ່ຽນລົດຂອງທ່ານໃຫ້ກາຍເປັນເຄື່ອງມືໃນການຫາລາຍໄດ້ເສີມ ຫຼຶ ລາຍໄດ້ຫຼັກຂອງທ່ານໄດ້ແລ້ວມື້ນີ້ ລາຍໄດ້ສູງສຸດເຖິງ 10-15ລ້ານກີບຕໍ່ເດືອນ

ຂັບຕອນໃດກໍ່ໄດ້ທີ່ຕ້ອງການ

ໃນບໍລິການ LOCA ພວກເຮົາຍົກໃຫ້ທ່ານເປັນຄົນຈັດການເວລາຂອງທ່ານເອງ ທ່ານສາມາດເລືອກທີ່ຈະຂັບຕອນໃດກໍ່ໄດ້ ທ່ານເປັນຫົວຫນ້າຂອງທ່ານເອງ ລາຍໄດ້ຂອງທ່ານແມ່ນທ່ານເປັນຄົນກຳນົດ ຂັບຫຼາຍແຮ່ງໄດ້ຮັບລາຍຮັບຫຼາຍ

ບໍ່ຕ້ອງມີຫ້ອງການ ເລີ່ມຂັບໄດ້ພາຍໃນ 24ຊມ

ບໍ່ຈຳເປັນຕ້ອງມີຫ້ອງການ ບໍ່ຈຳເປັນຕ້ອງມີໂມງເຂົ້າການ ຂັ້ນຕອນການສະໝັກງ່າຍ ແລະ ອະນຸມັດໄວພ້ອມໃຫ້ທ່ານເລີ່ມໃຫ້ບໍລິການພາຍໃນ 48ຊົວໂມງ

ໃຫ້ບໍລິການດ້ວຍຄວາມພູມໃຈ ແລະ ອັດທະຍາໄສດີ

External image

ເງື່ອນໄຂ ແລະ ວິທີການສະໝັກ

ສົນໃຈມາສະໝັກຂັບລົດໃຫ້ພວກເຮົາບໍ? ກວດສອບເງື່ອນໄຂອັນແສນງ່າຍທາງລຸ່ມນີ້ ຖ້າທ່ານມີຄົບແລ້ວ ເຂົ້າມາຫາພວກເຮົາເລີຍ

1. ກວດສອບເງື່ອນໄຂ ແລະ ສິ່ງທີ່ຕ້ອງມີ

ພຽງແຕ່ເງື່ອນໄຂທາງດ້ານລຸມຂອງທ່ານຄົບ ເຂົ້າມາຫາພວກເຮົາໄດ້ເລີຍ

1. ຍິງ ຫລື ຊາຍ ອາຍຸ 20ປີ ຂຶ້ນໄປ ມີມະນຸດສຳພັນດີ

2. ມີລົດໃຫຍ່ (ເກັງ, ເກັງນ້ອຍ, ຈິບ, ລົດຕູ້) ທີ່ມີສະພາບດີ ແລະ ສະອາດ

3. ມີເອກະສານຄົບຖ້ວນເຊັ່ນ:ຖະບຽນລົດ, ເສຍຄ່າທາງ, ກວດກາເຕັກນິກ, ປະກັນໄພ ແລະ ໃບຂັບຂີ່

2. ການປະກອບເອກະສານ

ປະກອບເອກະສານຕາມຂັ້ນຕອນລຸ່ມນີ້ ເພື່ອເຂົ້າສູ່ຂະບວນການສະໝັກ

1. ດາວໂຫລດຟອມສະໝັກ ດາວໂຫລດຟອມສະໝັກບ່ອນນີ້

 

ດາວໂຫຼດແບບຟອມສຳລັບຄົນຂັບລົດຈັກ

2. ປະກອບແບບຟອມຕາມທີ່ດາວໂຫລດ ແລ້ວເຊັນ ພ້ອມປະທັບກາຈາກນາຍບ້ານ

3. ສຳເນົາບັດປະຈຳຕົວ, ສຳມະໂນຄົວ, ຖະບຽນລົດ, ໃບຂັບຂີ່, ໃບເສຍຄ່າທາງ, ກວດກາເຕັກນິກ ແລະ ປະກັນໄພ.

4. ນຳເອົາເອກະສານສະບັບແທ້​(ໃນຂໍ້ 3) ມານຳໃນມື້ຍື່ນເອກະສານ

3. ພາຍໃນ 24-48 ຊົວໂມງ ທີມງານຈະຕອບກັບຫາທ່ານ

ຫຼັງຈາກພວກເຮົາໄດ້ຮັບເອກະສານທັງໝົດ ທີມງານຈະຕິດຕໍ່ກັບຫາທ່ານເອງ

1. ຫຼັງຈາກໄດ້ການຮັບອະນຸມັດ 24-48ຊມ ແລ້ວ

2. ເຂົ້າມາເອົາເອກະສານ, ເຄື່ອງມື, ຄູ່ມື ເພື່ອເລີ່ມໃຫ້ບໍລິການ

3. ຂໍ້ມູນບັນຊີທະນາຄານ ພັດທະນາລາວ, ມາຣູຮານ,  ການຄ້າຕ່າງປະເທດລາວ ເພື່ອເປັນບ່ອນຮັບເງິນໃນແຕ່ລະອາທິດ

4. ເລືອກຮູບແບບການເຝິກອົບຮົມ

ພວກເຮົາການເຝິກອົບຮົມໃຫ້ກັບຄົນຂັບທຸກຄົນໃນສອງຮູບແບບດັ່ງລຸ່ມນີ້

1. ການເຝິກອົບຮົມຕົວຈິງຜ່ານວິດີໂອ ແລະ ການລົງຕົວຈິງຮ່ວມກັບທີມງານຂອງໂລກ້າ, ທ່ານຈະໄດ້ຮຽນຮູ້ຈາກວິດີໂອ ແລ້ວຫຼັງຈາກນັ້ນທີມງານໂລກ້າຈະຊ່ວຍທ່ານເຝິກອົບຮົມອີກເທື່ອນຶ່ງ ເພື່ອໃຫ້ແນ່ໃຈເຖິງຄວາມເຂົ້າໃຈ.

2. ຮູບແບບອອນລາຍ, ເຊິ່ງທີມງານຈະມີວິດີໂອການສອນທຸກຂັ້ນຕອນໃຫ້ ໂດຍທີ່ຄົນຂັບສາມາດຮຽນຮູ້ດ້ວຍຕົນເອງ. ຄົນຂັບຕ້ອງມີປະສົບການດ້ານການນໍາໃຊ້ Smartphone ລະດັບປານກາງ ຈຶ່ງສາມາດເລືອກການເຝິກອົບຮົມນີ້ໄດ້.

2.1 ຫຼັງຈາກນັ້ນທ່ານສາມາດເລີ່ມຂັບໃຫ້ບໍລິການໂຕຈິງ ແຕ່ຈະມີທີມງານຕິດຕາມຢ່າງໃກ້ຊິດ ຖ້າຫາກມີປັນຫາເກີດຂຶ້ນ ທີມງານຈະເອີ້ນທ່ານເຂົ້າມາເຝິກອົບຮົມໃນຮູບແບບທີ 1ຄືນ

ຄໍາຖາມທີ່ພວກເຮົາຖືກຖາມຢູ່ປະຈໍາຈາກຄົນຂັບ

ລອງສຶກສາຄຳຖາມທີ່ພວກເຮົາພົບເຫັນເລື່ອຍໆ ເພື່ອທ່ານອາດຈະມີຄຳຖາມດຽວກັນ ແລະ ໄດ້ຄຳຕອບທັນທີຈາກໜ້າເວັບນີ້ໂດຍບໍ່ຈຳເປັນຕ້ອງໂທຫາພວກເຮົາ

ລົດເຮົາເອງ ນໍ້າມັນເຮົາເອງ ຄົນຂັບຈະໄດ້ກໍາໄລຢູບໍ?

ທາງບໍລິການພວກເຮົາຄໍານວນຄ່າບໍລິການໃຫ້ທຸກຢ່າງແລ້ວ ຄົນຂັບບໍ່ມີທາງຂາດທຶນແນ່ນອນ.

ເລີ່ມແນວໃດ ເງື່ອນໄຂສະໝັກເປັນແນວໃດ?

ທ່ານສາມາດເປັນເພດ ຍິງ ຫລື ຊາຍ ກໍ່ໄດ້ ທີ່ມີອາຍຸ 20ປີ ຂຶ້ນໄປ ແລະມີມະນຸດສຳພັນດີ ພ້ອມມີລົດໃຫຍ່ (ເກັງ, ເກັງນ້ອຍ, ຈິບ, ລົດຕູ້). ນອກນັ້ນລົດຂອງທ່ານຕ້ອງມີສະພາບດີ ແລະ ສະອາດ ແລະ ມີເອກະສານຄົບຖ້ວນເຊັ່ນ:ຖະບຽນລົດ, ເສຍຄ່າທາງ, ກວດກາເຕັກນິກ, ປະກັນໄພ ແລະ ໃບຂັບຂີ່

ຕ້ອງມີລົດເປັນຂອງຕົນເອງບໍ?

ແມ່ນແລ້ວ, ທ່ານຕ້ອງມີລົດເປັນຂອງຕົນເອງ, ນໍ້າມັນຂອງທ່ານເອງ, ມີປະກັນໄພເປັນຂອງຕົນເອງ ແລະ ຕ້ອງມີເອກະສານໃນການຂັບຂີ່ຄົບຖ້ວນ

ອຸປະກອນມີຫຍັງແດ່? ຂ້ອຍຕ້ອງຊື້ອຸປະກອນໃຫມ່ບໍ?

ບໍ່ຕ້ອງມີຫຍັງຫລາຍ ມີໂທລະສັບ ໂຫລດແອັບຂອງພວກເຮົາ ແລ້ວເຊື່ອມຕໍ່ອິນເຕີເນັດຕະຫລອດເວລາໃນການໃຫ້ບໍລິການ ກໍ່ພ້ອມແລ້ວ. ຍົກເວັ້ນກໍລະນີໂທລະສັບຂອງທ່ານເກົ່າ ຫຼື ຊ້າຈົນເກີນໄປ ທ່ານອາດຈະໄດ້ຊື້ໂທລະສັບໃຫມ່. ທີມງານຂອງພວກເຮົາຈະຊ່ວຍທ່ານກວດກາເບິ່ງໂທລະສັບຂອງທ່ານເອງ.

ເອກະສານບໍ່ຄົບ ສາມາດສະໝັກໄດ້ບໍ?

ເອກະສານທີ່ກ່າວມາຂ້າງເທິງແມ່ນມີຄວາມສຳຄັນ, ພວກເຮົາບໍ່ສາມາດລົງທະບຽນໃຫ້ທ່ານໄດ້ ຖ້າເອກະສານຂອງທ່ານບໍ່ຄົບ

ຫຼາຍຄົນສະໝັກລົດຄັນດຽວກັນໄດ້ບໍ?

ລົດ 1 ຄັນສາມາດມີຄົນຂັບຫຼາຍຄົນໄດ້. ແຕ່ລະຄົນຈະມີບັນຊີຂອງໃຜລາວ, ແລະ ບໍ່ສາມາດອອນລາຍພ້ອມກັນໄດ້. ທ່ານຈະບໍ່ສາມາດຂັບລົດຄັນອື່ນແທນລົດທີ່ທ່ານນໍາມາລົງທະບຽນໄດ້. ເຈົ້າຂອງລົດຈະຕ້ອງອອກໃບມອບສິດໃຫ້ກັບຄົນອື່ນໆທີ່ຈະນໍາໃຊ້ລົດຂອງຕົນໃນການຂັບໂລກ້າ.

ເຮົາສາມາດເລືອກຂັບໂມງໃດ ເວລາໃດ ກໍ່ໄດ້ບໍ?

ທ່ານສາມາດເລືອກຂັບໂມງໃດ ເວລາໃດ ຕອນໃດກໍ່ໄດ້ຕາມທີ່ທ່ານສະດວກ ພຽງແຕ່ກົດ Go Online. ແຕ່ຫຼັງຈາກທ່ານອອນລາຍແລ້ວ ທ່ານຕ້ອງຮັບເອົາການເອີ້ນຈາກໃນແອັບທຸກໆຄັ້ງ ຖ້າທ່ານປະຕິເສດການເອີ້ນຈາກລູກຄ້າຜ່ານແອັບຫລາຍກວ່າ 1ໃນ10 ທາງເຮົາອາດຈະຕັດທ່ານອອກຈາກລະບົບຂອງພວກເຮົາໄດ້

ເຮົາຈະໄດ້ຮັບເງິນແນວໃດ? ແລະ ຜ່ານທາງໃດ?

ທ່ານຈະສາມາດຖອນເງິນໄດ້ຕອນໃດກໍ່ໄດ້ສໍາລັບບັນຊີທະນາຄານ ມາຣູຮານ ແລະ ທະນາຄານພັດທະນາລາວ.

ຖ້າເກີດອຸບັດຕິເຫດ ທາງແອັບຈະຮັບຜິດຊອບຊ່ວຍບໍ?

ພວກເຮົາເປັນແອັບພິເຄຊັ່ນທີ່ຊອກຫາຄົນຂັບລົດ ແລະ ຄົນຢາກນັ່ງລົດ, ທາງພວກເຮົາມີກົດລະບຽບເລື່ອງການຂັບຂີ່ປອດໄພ ພ້ອມນັ້ນຍັງເນັ້ນໜັກໃຫ້ລົດທຸກຄັນມີປະກັນໄພຈຶ່ງສະໝັກໄດ້, ອຸບັດຕິເຫດທຸກຢ່າງແມ່ນພວກເຮົາບໍ່ມີສ່ວນຮັບຜິດຊອບ ເພາະເປັນຄວາມຮັບຜິດຊອບຂອງຜູ້ຂັບຂີ່ເອງ ຫລື ບຸກຄົນທີສາມ ຖ້າກໍລະນີບຸກຄົນທີສາມເປັນຄົນຜີດ. ສະນັ້ນ ປະກັນໄພຊ່ວຍທ່ານໄດ້

ຖ້າຂ້ອຍຂັບເປັນອາຊີບຫຼັກ ຂ້ອຍສາມາດຂໍໃບຢັ້ງຢືນໄປຜ່ອນສິນຄ້າໄດ້ບໍ?

ຖ້າທ່ານຂັບໃຫ້ບໍລິການກັບພວກເຮົາມາຢ່າງຕໍ່າ 3-6ເດືອນ ພວກເຮົາສາມາດເຮັດເອກະສານລາຍງານລາຍໄດ້ຂອງທ່ານໄລຍະ 3-6ເດືອນ ທີ່ຜ່ານມາໄດ້ ເພື່ອນໍາໄປປະກອບເອກະສານໃນການຂໍຜ່ອນ.

ຍັງມີຄໍາຖາມອື່ນເພີ່ມເຕີມບໍ? ຕິດຕໍ່ຫາພວກເຮົາເລີຍ

ຕິດຕໍ່ສອບຖາມ ແລະ ທີ່ຕັ້ງບໍລິສັດ

ໂທ ແລະ Whatsapp: 02098111129

ທີ່ຢູ່: ຊັ້ນ 7 ໂຮງແຮມວຽງຈັນພລາຊາ. ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ